'ລາວລ້າງຟີມ' ອາດຈະເປັນພຽງຮ້ານລ້າງຟີມຮ້ານດຽວທີ່ຍັງຫລົງເຫລືອຢູ່ໃນລາວ. ອາລຸນປອນ ວິຈິດວົງສາ ແມ່ນໜຶ່ງໃນເຈົ້າຂອງຮ້ານ ທີ່ມີຄວາມຫລົງໄຫລ ເລື່ອງການຖ່າຍຮູບດ້ວຍຟີມ ແລະ ມີຄວາມພະຍາຍາມຢາກຮັກສາຮູບຟີມ ແລະ ການລ້າງຟີມ ໃຫ້ຍັງຄົງຢູ່ໃນສັງຄົມລາວ.